ADSelfService Plus ແມ່ນການຈັດການລະຫັດຜ່ານແບບບໍລິການດ້ວຍຕົວເອງ Active Directory ທີ່ລວມກັນແລະໂຊລູຊັນການລົງຊື່ເຂົ້າໃຊ້ຄັ້ງດຽວ. ເຊິ່ງມັນໄດ້ໃຫ້ບໍລິການລະຫັດຜ່ານດ້ວຍຕົວເອງ, ການເຕືອນການໝົດກຳນົດລະຫັດຜ່ານ, ຕົວອັບເດດໄດເຣັກໂທຣີແບບບໍລິການດ້ວຍຕົວເອງ, ຕົວຊິງຄ໌ລະຫັດຜ່ານຫລາຍແພລຕຟອມ ແລະການລົງຊື່ເຂົ້າໃຊ້ຄັ້ງດຽວສຳລັບແອັບພລິເຄຊັນຄລາວ. ໃຊ້ ADSelfService Plus Android ແລະ iPhone ແອັບມືຖືເພື່ອອຳນວຍຄວາມສະດວກໃນການບໍລິການດ້ວຍຕົວເອງແກ່ຜູ້ໃຊ້ສຸດທ້າຍໃນທຸກບ່ອນທຸກໆເວລາ. ADSelfService Plus ຊ່ວຍເຫຼືອຝ່າຍຊ່ວຍເຫຼືອດ້ານ IT ໂດຍການຫລຸດຜ່ອນປີິ້ການຕັ້ງຄ່າລະຫັດຜ່ານຄືນໃໝ່ ແລະບໍ່ເຮັດໃຫ້ຜູ້ໃຊ້ສຸດທ້າຍປະເຊີນກັບອຸປະສັກທີ່ເກີດຂຶ້ນເນື່ອງຈາກເວລາການບໍ່ໃຊ້ງານຂອງຄອມພິວເຕີ.
ADSelfService Plus ມີຄຸນສົມບັດບັນຊີລາຍຊື່ຕໍ່ໄປນີ້:
ໃຫ້ຜູ້ໃຊ້ສຸດທ້າຍມີຄວາມສາມາດໃນການເຮັດການຕັ້ງຄ່າລະຫັດຜ່ານຄືນໃໝ່ແລະປົດລັອກບັນຊີຢ່າງປອດໄພໂດຍບໍ່ຕ້ອງມີຝ່າຍຊ່ວຍເຫຼືອເຂົ້າມາຫຍຸ້ງກ່ຽວ.
ເຕືືອນລູກຈ້າງ (ລວມທັງຜູ້ໃຊ້ທາງໄກແລະຜູ້ໃຊ້ VPN) ກ່ຽວກັບການໝົດກຳນົດລະຫັດທີ່ໃກ້ຈະເກີດຂຶ້ນຜ່ານທາງ SMS, ອີເມວ, ຫລືການແຈ້ງເຕືອນພຸຊ.
ກຳນົດເອງນະໂຍບາຍລະຫັດຜ່ານທີ່ລະອຽດຄົບຖ້ວນຢູ່ໝ່ວຍງານການຈັດຕັ້ງ (OU) ແລະລະດັບກຸ່ມສຳລັບບັນດາຜູ້ໃຊ້ທີ່ແຕກຕ່າງກັນໃນທົ່ວໆຫລາຍແພລຕຟອມ.
ອະນຸຍາດຜູ້ໃຊ້ສຳລັບການບໍລິການລະຫັດຜ່ານດ້ວຍຕົວເອງຈາກພຣ້ອມທ໌ ເຂົ້າສູ່ລະບົບ Windows OS, Mac OS X, Outlook Web Access, SharePoint ແລະເວັບອິນເຕີເຟສ Citrix.
ຮັກສາຄວາມຖືກຕ້ອງ ແລະຂໍ້ມູນໄດເຣັກໂທຣີໃຫ້ອັບເດດທັນສະພາບໂດຍການອະນຸຍາດຜູ້ໃຊ້ສຸດທ້າຍອັບເດດລາຍລະອຽດສ່ວນຕົວຂອງເຂົາເຈົ້າໃນ AD.
ເຮັດໃຫ້ລູກຈ້າງສາມາດຄົ້ນຫາຜູ້ໃຊ້, ລາຍຊື່ຕິດຕໍ່ ແລະ ກຸ່ມໃນອົງການຈັດຕັ້ງຂອງທ່ານຢ່າງງ່າຍດາຍ.
ກຳນົດນະໂຍບາຍການສະໝັກກຸ່ມແລະອະນຸຍາດຜູ້ໃຊ້ເພື່ອເລືອກຮັບ ຫລື ເລືອກບໍ່ຮັບກຸ່ມການແຈກຢາຍທີ່ເລືອກໄວ້ໃນເວລາບົດບາດຂອງເຂົາເຈົ້າປ່ຽນແປງ, ໂດຍບໍ່ຈຳເປັນຕ້ອງໄປທີ່ຝ່າຍຊ່ວຍເຫຼືອ.
ຄວບຄຸມການກະທຳດ້ານບໍລິການດ້ວຍຕົວເອງຂອງຜູ້ໃຊ້ອີງຕາມກົດລະບຽບຂັ້ນຕອນວຽກທີ່ກຳນົດລ່ວງໜ້າໂດຍການລວມເຂົ້າກັນກັບ ຄຳຕິຊົມຂອງທ່ານແລະຊອບແວຝ່າຍຊ່ວຍເຫຼືອທີ່ອີງຕາມການອະນຸມັດ.
ລວມຫລາຍກວ່າ 100 ແອັບຄລາວດ້ວຍບັນຊີ Windows AD ຂອງວິສາຫະກິດເພື່ອໃຫ້ບັນດາຜູ້ໃຊ້ມີຄວາມສະດວກໃນການເຂົ້າເຖິງທຸກໆແອັບພລິເຄຊັ່ນ ໂດຍການເຂົ້າລະບົບພຽງຄັ້ງດຽວດ້ວຍຂໍ້ມູນປະຈຳຕົວ AD ຂອງພວກເຂົາ.
ເຮັດການຊິງຄ໌ການປ່ຽນແປງລະຫັດຜ່ານແລະບັນຊີທັງໝົດໃນເວລາຈິງແລະໃຫ້ຜູ້ໃຊ້ເຄື່ອນທີ່ຢ່າງວ່ອງໄວລະຫວ່າງບັນດາການບໍລິການ ຄລາວຫລາກຫລາຍ ແລະລະບົບໃນສະຖານທີ່ດ້ວຍລະຫັດຜ່ານອັນດຽວໂດຍໄຮ້ການຂັດຂ້ອງໃດໆ.